ສະຫມັກສະມາຊິກ
ສະຫມັກສະມາຊິກ
nth
                   Ads

ພະມະຫາທາດເຈດີເວດາກອງ ມາຮອດມຽນມາແລ້ວບໍ່ຄວນພາດທີ່ຈະຢ້ຽມຊົມ







ອາທິດ, ວັນທີ 19 ມິຖຸນາ 2016, ເວລາ 11:58

ພາບຈາກ: paradiseintheworld

          ພະມະຫາທາດເຈດີເວດາກອງ ຕັ້ງຢູ່ບໍລິເວນເນີນພູຊຽງກຸຕະ, ເມືອງຢ່າງກຸ້ງ, ປະເທດມຽນມາ. ໂດຍຊື່ນັ້ນເປັນຊື່ເກົ່າຂອງເມືອງຢ່າງກຸ້ງ ເຊື່ອກັນວ່າ “ດາກອງ” ໝາຍເຖິງທອງ “ຊະເວ” ເປັນມະຫາເຈດີທີ່ບັນຈຸພະເກສາທາດຂອງພະພຸດທະເຈົ້າຈຳນວນ 8 ເສັ້ນ, ເທິງຍອດສຸດ ຂອງພະເຈດີມີເພັດຢູ່ 5,448 ແມັດ, ຊັ້ນເທິງສຸດມີເພັດເມັດໃຫຍ່ຢູ່ 76 ກະຣັດ ແລະ ທັບທິມ 2,317 ແມັດ. ມີມໍລະກົດເມັດໃຫຍ່ ຢູ່ໃຈກາງເພື່ອຮັບລໍາແສງສຸດທ້າຍຂອງດວງອາທິດ ຜູ້ທີ່ເຂົ້າມານະມັດສະການ ຫຼື ຢ້ຽມຊົມຈະຕ້ອງປົດເກີບທຸກຄັ້ງ.


ພາບຈາກ: travelchannel

          ຕາມຕຳນານເຈດີເວດາກອງນັ້ນສ້າງເມື່ອ 2,500 ປີທີ່ແລ້ວ. ແຕ່ນັກບູຮານນະຄະດີເຊື່ອກັນວ່າສ້າງລະຫວ່າງຄ.ສທີ່ 6-10ໂດຍຊາວມອນ. ຕາມຕຳນານນັ້ນເລີ່ມຈາກວ່າມີພີ່ນ້ອງພໍ່ຄ້າ 2 ຄົນໄດ້ໄປເຂົ້າເຝົ້າພະພຸດທະເຈົ້າພະອົງຈຶ່ງປະ ທານພະເກສາມາ 8 ເສັ້ນສຳລັບໃຫ້ພໍ່ຄ້າທັ້ງສອງຮັບໄວ້ບູຊາ.


ພາບຈາກ: airpano

          ພະເຈດີໄດ້ຖືກຖິ້ມຮ້າງຈົນມາເຖິງຄ.ສທີ່ 14 ພະເຈົ້າພິນຍາອູໄດ້ສ້າງພະເຈດີໃໝ່ສູງ 18 ແມັດ. ພະເຈດີໄດ້ຖືກສ້ອມແປງຕະຫຼອດມາຈົນມີ ຄວາມສູງ 98 ແມັດ. ໃນ ຄ.ສ ທີ່ 15 ໄດ້ແຜ່ນດິນໄຫວເລັກໆນ້ອຍໆເຮັດໃຫ້ພະເຈດີໄດ້ຮັບຄວາມເສຍຫາຍ ແລະ ປີ ພ.ສ. 2311 (ໃນສະໄໝຊົນບຸລີ) ໄດ້ເກີດແຜ່ນດິນໄຫວຢ່າງໜັກເຮັດໃຫ້ຍອດຂອງພະເຈດີຫັກທະລົ່ມລົງມາ.


ພາບຈາກ: moveonthetop

          ຜູ້ທີ່ເຂົ້າມານະມັດສະການຢ້ຽມຊົມຈະຕ້ອງປົດເກີບທຸກຄັ້ງ. ເມື່ອມາຮອດທາງເຂົ້າໃຫ້ຍ່າງຕາມເຂັມໂມງຂຶ້ນຢູ່ກັບດວງວັນເກີດຂອງຜູ້ເຂົ້າທີ່ ຈະເບິ່ງຕາມ 12 ນັກສັດ. ຮອບໆພະເຈດີກໍ່ມີສານເຈົ້ານ້ອຍໆຢູ່ອ້ອມຮອບ.


ພາບຈາກ: Wikipedia

ທີ່ມາ: Wikipedia

ມ່ວນ ແລະ ມັກຫົວຂໍ້ນີ້ບໍ?
 


 

 

gotop

"ສະບາຍດີອາຊຽນ"
ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງ
ຕິດຕໍ່ ແລະ ສົນໃຈລົງໂຄສະນາກັບພວກເຮົາໄດ້ທີ່
ໂທ: +856 2028038267
ອີເມວ: sabaideeasean@gmail.com
www.sabaideeAsean.com © 2016    ຂໍສະຫງວນລິຂະສິດ
      ຕິດຕາມພວກເຮົາໄດ້ທີ່:   social media
 

facebook twitter instagram youtube
Free Web Hosting